ຄົບຮອບ 1 ເດືອນ ຫຼັງຈາກປະທານປະເທດສັ່ງໃຫ້ແກ້ໄຂບັນຫາເງິນກີບອ່ອນຄ່າໃຫ້ໄດ້ ມີຫຍັງປ່ຽນແປງແດ່?

ຄົບຮອບ 1 ເດືອນ ຫຼັງຈາກປະທານປະເທດສັ່ງໃຫ້ແກ້ໄຂບັນຫາເງິນກີບອ່ອນຄ່າໃຫ້ໄດ້ ມີຫຍັງປ່ຽນແປງແດ່?
ຫຼັງຈາກທີ່ ທອງລຸນ ສີສຸລິດ ປະທານປະເທດລາວ ອອກມາສັ່ງໃຫ້ “ແກ້ໄຂບັນຫາເງິນກີບອ່ອນຄ່າໃຫ້ໄດ້ ພາຍໃນໜຶ່ງເດືອນ” ໃນວັນທີ 15 ກໍລະກົດທີ່ຜ່ານມາ ນີ້ກໍຄົບຮອບໜຶ່ງເດືອນແລ້ວ ທາງລັດຖະບານຍັງບໍ່ສາມາດແກ້ໄຂບັນເງິນກີບອ່ອນຄ່າໄດ້.
ປຽບທຽບໃນໜຶ່ງເດືອນທີ່ຜ່ານມາ ອັດຕາແລກປ່ຽນເງິນກີບເປັນໂດລາ ໃນວັນທີ 15 ກໍລະກົດ ອີງຕາມອັດຕາການແລກປ່ຽນຂອງທະນາຄານການຄ້າຕ່າງປະເທດລາວ 1 ໂດລາ ຢູ່ທີ່ 22.081 ກີບ ມາຮອດມື້ນີ້ 1 ໂດລາ ຢູ່ທີ່ 22.054 ກີບ ລົດລົງພຽງ 27 ກີບເທົ່ານັ້ນ, ສ່ວນອັດຕາແລກປ່ຽນເງິນບາດໃນມື້ນີ້ຢູ່ທີ່ 680 ກີບ ຕໍ່ 1 ບາດ ແຕ່ອັດຕາແລກປ່ຽນພາຍນອກສູງເກີນ 700 ໄປແລ້ວ. ໜຶ່ງເດືອນຜ່ານມາເວົ້າໄດ້ວ່າບໍ່ມີການປ່ຽນແປງຫຍັງເລີຍ.
ບໍ່ພຽງແຕ່ບັນຫາເງິນກີບອ່ອນຄ່າເທົ່ານັ້ນ ແຕ່ລວມໄປເຖິງການຈັດການການແລກປ່ຽນເງິນຕານອກລະບົບ ແລະ ບັນຫາອື່ນໆ ທີ່ປະທານປະເທດສັ່ງ ກໍບໍ່ມີຄວາມຄືບໜ້າເລີຍເຊັ່ນດຽວກັນ ເຊັ່ນ: ຄຸ້ມຄອງລາຄາສິນຄ້າ, ແກ້ໄຂຄ່າຄອງຊີບ, ເພີ່ມຄັງສຳຮອງເງິນຕາຕ່າງປະເທດ…
#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ
Comentarios