top of page
  • Writer's pictureManushya Foundation

ຊາຍໜຸ່ມຄົນໜຶ່ງ ອອກມາຖືກປ້າຍ “ບໍ່ເອົາພວກສໍ້ລາດບັງຫຼວງ” ຢູ່ໜ້າສຳນັກງານສະຫະປະຊາຊາດ ນະຄອນຫຼວງວຽງຈັນ


ເກີດຫຍັງຂຶ້ນກັບປະເທດລາວ!

- ຂ່າວລືວ່າຈະມີການຊຸມນຸມ ຫຼື ປະທ້ວງທີ່ນະຄອນຫຼວງວຽງຈັນ

- ປະຊາຊົນອອກມາຊູປ້າຍ “ບໍ່ເອົາພວກສໍ້ລາດບັງຫຼວງ”

- ລົດຖັງ ແລະ ທະຫານອອກມາແລ່ນທົ່ວນະຄອນຫຼວງວຽງຈັນ


ຫຼ້າສຸດ ຕອນເຊົ້າຂອງມື້ນີ້ (10 ກໍລະກົດ 2024) ໄດ້ມີຊາຍໜຸ່ມຄົນໜຶ່ງ ອອກມາຖືກປ້າຍ “ບໍ່ເອົາພວກສໍ້ລາດບັງຫຼວງ” ຢູ່ໜ້າສຳນັກງານສະຫະປະຊາຊາດ ນະຄອນຫຼວງວຽງຈັນ (ໜ້າປະຕູໄຊ) ແລະ ຜ່ານໄປບໍ່ດົນກໍຖືກເຈົ້າໜ້າທີ່ມາເອົາຕົວໄປ. ບໍ່ໄດ້ມີການເປີດເຜີຍວ່າຊາຍຄົນນັ້ນແມ່ນໃຜ ແລະ ຫຼັງຈາກທີ່ເຈົ້າໜ້າທີ່ຄວບຄຸມຕົວຂອງລາວໄປ ຈະເກີດຫຍັງຂຶ້ນ.


ໃນມື້ວານ ຫຼືວັນຈັນ 9 ກໍລະກົດທີ່ຜ່ານມາ ໄດ້ມີລົດຖັງພ້ອມດ້ວຍທະຫານມີອາວຸດຄົບມື ອອກມາແລ່ນທົ່ວນະຄອນຫຼວງວຽງຈັນ ຍ້ອນວ່າມີຂ່າວລື ວ່າຈະມີການອອກມາປະທ້ວງ ຫຼື ມີການຊຸມນຸມກັນ.


ຕໍ່ມາໄດ້ມີການເປີດເຜີຍເຖິງແຈ້ງການຂອງລັດຖະບານ “ກົມໃຫຍ່ພະລາທິການກອງທັບ ຫ້ອງການກົມໃຫຍ່ພະລາທິການ” ເລກທີ 455/ຫກພ ທີ່ແຈ້ງໃຫ້ພະນັກງານເຈົ້າໜ້າທີ່ທັງໝົດລະມັດລະວັງ ແລະ ຫຼີກລ່ຽງການຊັກຊວນເຂົ້າຮ່ວມການຊຸມນຸມຂອງກຸ່ມຊາວໜຸ່ມເພື່ອຕໍ່ຕ້ານລະບອບການນຳຂອງພັກ-ລັດ.

ພວກເຂົາຄິດວ່າຈະມີການຮວມຕົວກັນຂອງປະຊາຊາຊົນເພື່ອຮຽກຮ້ອງການປ່ຽນແປງປະເທດ ເຊິ່ງເປັນໄພຕໍ່ອຳນາດຂອງພວກເຂົາ ຈຶ່ງມີຄຳສັ່ງໃຫ້ນຳເອົາລົດຖັງພ້ອມທະຫານໄປແລ່ນທົ່ວນະຄອນຫຼວງວຽງຈັນ ເພື່ອເປັນການຂົ່ມຂູ່ບໍ່ໃຫ້ປະຊາຊົນກ້າອອກມາຊຸມນຸມກັນ. ມີການສັນນິຖານວ່າທັງສອງເຫດການຂອງວັນທີ 9 ແລະ 10 ອາດມີຄວາມກ່ຽວຂ້ອງກັນ.


ເຫດການທີ່ເກີດຂຶ້ນໃນວັນທີ 9 ແລະ 10 ກໍລະກົດ ເປັນກະແສໃນໂຊຊຽວຂອງປະເທດລາວ ຫຼາຍຄົນອອກມາສະແດງຄວາມຄິດເຫັນວ່າ ຊາຍຄົນດັ່ງກ່າວບໍ່ໄດ້ກ່າວເຖິງບຸກຄົນໃດ, ມີການເວົ້າເຖິງສິດທິພົນລະເມືອງ “ພົນລະເມືອງມີສິດໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະ ເດີນຂະບວນທີ່ບໍ່ຂັດກັບກົດໝາຍ” ແລະ ປະນາມການກະທຳຂອງເຈົ້າໜ້າທີ່...ເປັນຕົ້ນ.


ລັດຖະບານລາວບໍ່ໄດ້ສົນໃຈເລື່ອງການເຄົາລົບສິດທິມະນຸດ ພວກເຂົາໃຊ້ອຳນາດໃນທຸກທາງເພື່ອຈະກຳຈັດໄພຄຸກຄາມຕໍ່ອຳນາດຂອງພວກເຂົາ.

ໃນປີ 2020 ລັດຖະບານລາວໄດ້ຖືກສະເໜີເຂົ້າຮ່ວມ UPR (Universal Periodic Review) ພາຍໃຕ້ຄະນະມົນຕີສິດທິມະນຸດແຫ່ງສະຫະປະຊາຊາດ (Human Rights Council ຫຼື HRC) ລວມທັງ “ສົ່ງເສີມສິດທິເສລີພາບໃນການແສດງອອກ, ຍົກເລີກຂໍ້ຈຳກັດຕໍ່ສື່ອິດສະຫລະ ແລະດຳເນີນການໃຫ້ມີສະພາບແວດລ້ອມທີ່ປອດໄພຕໍ່ການດຳເນີນງານຂອງຜູ້ສື່ຂ່າວ ແລະນັກປົກປ້ອງສິດທິມະນຸດ, ຮັບປະກັນໃຫ້ມີການເຂົ້າເຖິງຢ່າງເຕັມທີ່ ເຊິ່ງສິດທິໃນເສລີພາບການແສດງອອກ, ການຊຸມນຸມໂດຍສັນຕິແລະດຳເນີນການຕາມລຳດັບເພື່ອໃຫ້ມີການສອບສວນຢ່າງເຕັມທີ່ຕາມຂໍ້ກ່າວຫາວ່າມີການຈັບກຸມໂດຍພາລະການ, ການບັງຄັບບຸກຄົນໃຫ້ສູນຫາຍ, ແລະການຕັດສິນວ່າມີຄວາມຜິດທາງອາຍາເນື່ອງຈາກການສະແດງການຕໍ່ຕ້ານທາງການເມືອງ ຫຼືການວິຈານນະໂຍບາຍຂອງລັດ ແລະຈັດໃຫ້ມີການສອບສວນທີ່ເປັນອິດສະຫລະໃນປະເທດ ເມື່ອເກີດການສູນຫາຍ ຫຼືການເສຍຊີວິດຂອງນັກເຄື່ອນໄຫວກິດຈະກໍາເພື່ອປະຊາທິປະໄຕ ແລະສິດທິມະນຸດ” ແຕ່ລັດຖະບານລາວປະຕິເສດທີ່ຈະຍອມຮັບຂໍ້ສະເໜີເຫຼົ່ານັ້ນ.


ຂໍ້ຕົກລົງລະຫວ່າງປະເທດທີ່ຄຸ້ມຄອງສິດ ແລະ ເສລີພາບທາງການເມືອງມີດັ່ງນີ້:

- ອານຸສັນຍາສາກົນວ່າດ້ວຍສິດທິພົນເມືອງແລະສິດທາງການເມືອງ (International Covenant on Civil and Political Rights - ICCPR) ອານຸສັນຍານີ້ມຸ່ງເນັ້ນການຄຸ້ມຄອງສິດແລະເສລີພາບຂັ້ນພື້ນຖານຂອງບຸກຄົນ, ລວມທັງສິດໃນການມີສ່ວນຮ່ວມທາງການເມືອງ. ອານຸສັນຍານີ້ລວມທັງ: ສິດເສລີພາບໃນການແສງຄວາມຄິດເຫັນ, ສິດໃນການຊຸມນຸມ ແລະ ສິດເສລີພາບໃນການລວມກຸ່ມ.

- ຄຳປະກາດສາກົນວ່າດ້ວຍສິດມະນຸດ (Universal Declaration of Human Rights - UDHR)

ປະຕິຍານນີ້ບໍ່ໄດ້ມີຜົນບັງຄັບໃຊ້ທາງກົດໝາຍ ແຕ່ເປັນແນວທາງສໍາຄັນໃນການກໍານົດມາດຕະຖານສາກົນດ້ານສິດທິມະນຸດ ລວມທັງສິດໃນການເຂົ້າຮ່ວມການເລືອກຕັ້ງແລະການບໍລິການສາທາລະນະ, ສິດເສລີພາບໃນການສະແດງຄວາມຄິດ ສິດເສລີພາບໃນການຊຸມນຸມ ແລະການລວມກຸ່ມໂດຍສັນຕິ.

.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ

ພວກເຮົາຂໍຮຽກຮ້ອງໃຫ້ມີການປ່ອຍຕົວຜູ້ທີ່ຖືກຈັບກຸມ ທຸກຄົນມີສິດໃນການສະແດງຄວາມຄິດເຫັນທາງການເມືອງ ຜູ້ຖືກຈັບກຸມບໍ່ໄດ້ໃຊ້ຄວາມຮຸນແຮງ ແລະ ການຖືປ້າຍຮຽກຮ້ອງກໍບໍ່ແມ່ນການກໍ່ອາດຊະຍາກຳ.






bottom of page