top of page
  • Writer's pictureManushya Foundation

ນັກຂ່າວລາວ ຖືກຈຳກັດການລາຍງານ ໂດຍລັດຖະບານ


ນັກຂ່າວລາວ ຖືກຈຳກັດການລາຍງານ ໂດຍລັດຖະບານ

ການນຳສະເໜີຂ່າວສານໃນລາວ ຍັງເປັນໄປແບບບໍ່ມີເສລີພາບ, ມີຂໍ້ຈຳກັດຫຼາຍດ້ານ ແລະ ຂ່າວສານທີ່ມີລັກສະນະແຕະຕ້ອງການເຮັດວຽກຂອງລັດຖະບານ ແມ່ນບໍ່ສາມາດລາຍງານໄດ້ຢ່າງເຕັມທີ່ ເຮັດໃຫ້ມີແຕ່ການລາຍງານແບບຜິວເຜີນ.

.

ອີງຕາມການສຳພາດນັກຂ່າວໃນລາວ ຂອງ RFA Lao ໄດ້ເຜີຍວ່າ ໃນການນຳສະເໜີຂ່າວສານ ແລະ ກໍຕ້ອງໄດ້ຜ່ານການກວດກາ ຈາກພາກສ່ວນທີ່ກ່ຽວຂ້ອງກ່ອນ ເພື່ອບໍ່ໃຫ້ເປັນຂ່າວ ທີ່ສ້າງຄວາມເສື່ອມເສຍ ຕໍ່ວຽກງານການເມືອງ ຂອງພາກລັດ ຫຼືໂຈມຕີແນວຄິດ ຂອງພັກ.  ເຊິ່ງລະດັບການກວດແກ້ ກໍຖືກແບ່ງອອກ ເປັນແຕ່ລະຂັ້ນ ແລ້ວແຕ່ວ່າ ເປັນຂ່າວລະດັບທ້ອງຖິ່ນ ຫຼືຂ່າວລະດັບປະເທດ ຖ້າດປັນຂ່າວເປັນພາຍໃນແຂວງ ກໍຜ່ານທາງແຂວງ, ເປັນໃນເມືອງ ກະຜ່ານເມືອງ. ຖ້າປະເທດ ກໍຕ້ອງຜ່ານກະຊວງ.

ເນື່ອງຈາກບໍ່ຄ່ອຍມີສຳນັກຂ່າວໃນລາວລາຍງານເຫດການທີ່ເກີດຂຶ້ນກ່ຽວກັບຄວາມຜິດພາດຂອງລັດຖະບານ ຍົກຕົວຢ່າງເຊັ່ນ: ທີ່ດິນຂອງຊາວບ້ານທີ່ຖືກຮຸກຮານໂດຍໂຄງການຕ່າງໆ, ການປ່ອຍນ້ຳລົງສານເຄມີ… ເຮັດໃຫ້ປະຊາຊົນຕ້ອງອອກມາທວງຄວາມຍຸດຕິທຳເອງໃນໂລກອອນໄລນ໌ ແລະ ກໍຖືກເຈົ້າໜ້າທີ່ລັດເອົາຕົວໄປຕັກເຕືອນ ແລະ ໃຫ້ລົບຂໍ້ຄວາມເຫຼົ່ານັ້ນ.


ອີງຕາມການຈັດລຳດັບ ປະເທດທີ່ໃຫ້ສິດເສລີພາບ ຕໍ່ສື່ມວນຊົນ ຂອງອົງການນັກຂ່າວ ໄຮ້ພົມແດນ ຫຼື Reporters without borders ປະຈຳປີ 2024, ໄດ້ຈັດໃຫ້ປະເທດລາວ ຢູ່ໃນລຳດັບທີ 153 ຂອງປະເທດ ທີ່ໃຫ້ສິດທິເສລີພາບ ຕໍ່ສື່ມວນຊົນ ຈາກທັງໝົດ 180 ປະເທດທົ່ວໂລກ ພ້ອມທັງລະບຸວ່າ ລັດຖະບານລາວ ຍັງຄົງຄວບຄຸມສື່ມວນຊົນ ພາຍໃນປະເທດ ຢ່າງເຂັ້ມງວດ ຈົນກາຍເປັນຊ່ອງຫວ່າງ ທີ່ເຮັດໃຫ້ຂໍ້ມູນ ມີຄວາມໜ້າເຊື່ອຖື ໄດ້ໜ້ອຍຫຼາຍ.


ນອກຈາກນີ້, ໃນລາຍງານ ຍັງລະບຸຕື່ມວ່າ ທາງການລາວ ມີການຄວບຄຸມໂຕ ນັກຂ່າວ 2 ຄົນ ແລະ ຜູ້ເຮັດວຽກ ດ້ານສື່ມວນຊົນ ອີກ 1 ຄົນ, ແຕ່ບໍ່ໄດ້ລະບຸຊື່ ແລະ ລາຍລະອຽດ.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ


コメント


bottom of page