top of page
  • Writer's pictureManushya Foundation

ນັກເຄື່ອນໄຫວລາວທີ່ຖືກບັງຄັບໃຫ້ “ຫາຍສາບສູນ” ກໍລະນີ ສົມບັດ ສົມພອນ ແລະ ອ໊ອດ ໄຊຍະວົງ


ນັກເຄື່ອນໄຫວລາວທີ່ຖືກບັງຄັບໃຫ້ “ຫາຍສາບສູນ”

ການບັງຄັບໃຫ້ສູນຫາຍຢູ່ ສປປ ລາວ ກໍລະນີ ສົມບັດ ສົມພອນ ແລະ ອ໊ອດ ໄຊຍະວົງ

ສົມບັດ ສົມພອນ ເປັນນັກພັດທະນາສັງຄົມແຖວໜ້າຂອງປະເທດລາວ ແລະ ເປັນຄົນລາວຄົນດຽວທີ່ໄດ້ຮັບລາງວັນ Magsaysay ສາຂາຜູ້ນຳຊຸມຊົນ ໃນປີ 2005. ເປັນຜູ້ກໍ່ຕັ້ງອົງກອນ Padect ອົງກອນພັດທະນາໄວໜຸ່ມ ແລະ ເຈົ້າໜ້າທີ່ລັດ

ອ໊ອດ ໄຊຍະວົງ ເປັນນັກເຄື່ອນໄຫວດ້ານສິດທິມະນຸດ ແລະ ປະຊາທິປະໄຕ ໃນລາວ, ເຄື່ອນໄຫວກ່ຽວກັບປະຊາທິປະໄຕໃນລາວຕັ້ງແຕ່ປີ 2015, ​ເປັນຜູ້ວິຈານລັດຖະບານລາວທີ່ມີຊື່ສຽງ ກ່ອນຈະມາຂໍລີ້ໄພໃນປະເທດໄທ.

ເກີດຫຍັງຂຶ້ນກັບສົມບັດສົມພອນ ແລະ ອອ໊ດ ໄຊຍະວົງ

ສົມບັດ ສົມພອນ ຈະຫາຍຕົວໄປເກືອບ 12 ປີ ແລະ ອ໊ອດໄຊຍະວົງ ຫາຍຕົວໄປ 5 ປີ ແລ້ວ.

ການບັງຄັບໃຫ້ສູນຫາຍ ເປັນກົນລະຍຸດທີ່ໃຊ້ຂົ່ມຂູ່ໃຫ້ສັງຄົມຢ້ານກົວຂອງລັດຖະບານລາວ ເຮັດໃຫ້ຮູ້ສຶກບໍ່ປອດໄພຈາກການກະທຳດັ່ງກ່າວ ບໍ່ພຽງແຕ່ຍາດມິດຄົນສະໜິດຂອງຜູ້ສູນຫາຍເທົ່ານັ້ນ ແຕ່ລວມເຖິງຄົນໃນສັງຄົມເອງກໍເຊັ່ນກັນ.

ລັດຖະບານລາວປະຕິເສດຄວາມກ່ຽວຂ້ອງ, ​ສາກົນຮຽກຮ້ອງໃຫ້ຫາຄຳຕອບ ເຖິງການຫາຍຕົວໄປ

ລັດຖະບານກໍຍັງປະຕິເສດຈະຕອບຄຳຖາມກ່ຽວກັບການຫາຍຕົວໄປເຖິງວ່າຈະມີຫຼັກຖານຊັດເຈນ ແລະ ປະຕິເສດການເປີດເຜີຍລາຍລະອຽດຄວາມຄືບໜ້າໃນການຄົ້ນຫາ.

ນານາຊາດ ໄດ້ປະນາມການຫາຍຕົວໄປຂອງທັງສອງ ແລະ ວິພາກວິຈານລັດຖະບານລາວ ທີ່ບໍ່ມີການຕອບໂຕ້ຢ່າງເໝາະສົມ ແລະ ຮຽກຮ້ອງໃຫ້ລັດຖະບານລາວປະຕິບັດຕາມກົດໝາຍລະຫວ່າງປະເທດ

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ

ເນື່ອງຈາກວັນລະນຶກເຖິງເຫຍື່ອຂອງການບັງຄັບໃຫ້ສູນຫາຍສາກົນ ຫຼື International Day of the Victims of Enforced Disappearances ວັນທີ 30 ສິງຫາ, ພວກເຮົາມາຮ່ວມກັນຮຽກຮ້ອງຄວາມຍຸດຕິທຳໃຫ້ຜູ້ທີ່ສູນຫາຍ ແລະ ຄອບຄົວຂອງພວກເຂົາທີ່ຕ້ອງທົນທຸກທໍລະມານ, ການບັງຄັບໃຫ້ສູນຫາຍເປັນການລະເມີດສິດທິມະນຸດຢ່າງຮ້າຍແຮງ, ເຖິງເວລາແລ້ວທີ່ລັດຖະບານຈະຕ້ອງດຳເນີນການເພື່ອຄວາມຍຸດຕິທຳ ແລະ ປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ອີກ, ມາຮ່ວມກັບເຮົາຕໍ່ສູ້ເພື່ອສະແຫວງຫາຄວາມຈິງ, ຄວາມຍຸດຕິທຳ ແລະ ຍຸຕິການກະທຳທິ່ໄຮ້ມະນຸດສະທຳນີ້.








Kommentit


bottom of page