top of page
  • Writer's pictureManushya Foundation

ປະທານປະເທດສະເໜີໃຫ້ລັດຖະບານແກ້ໄຂບັນຫາເງິນກີບອ່ອນຄ່າພາຍໃນ 1 ເດືອນ ແລະ ບໍ່ມີຄຳວ່າເຮັດບໍ່ໄດ້


ປະທານປະເທດສະເໜີໃຫ້ລັດຖະບານແກ້ໄຂບັນຫາເງິນກີບອ່ອນຄ່າພາຍໃນ 1 ເດືອນ ແລະ ບໍ່ມີຄຳວ່າເຮັດບໍ່ໄດ້.

.

ຕາມການລາຍງານຂອງໜັງສືພິມລາວພັດທະນາ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ວັນທີ 15 ກໍລະກົດ ທີ່ຫໍປະຊຸມແຫ່ງຊາດ, ທ່ານທອງລຸນ ສີສຸລິດ ປະທານປະເທດ ໄດ້ສະເໜີຄວາມຄາດໝາຍ ແລະ ຈຸດໝາຍສະເພາະໜ້າ ທີ່ລັດຖະບານຕ້ອງໄດ້ສຸມໃສ່ແກ້ໄຂບັນຫາໃຫ້ໄດ້ຢ່າງຮີບດ່ວນ

ນັ້ນຄື:

1. ເອົາຄ່າເງິນກີບທີ່ອ່ອນລົງ ໃຫ້ຢຸດພາຍໃນ 1 ເດືອນ, ຈາກນັ້ນ ໃຫ້ຄ່ອຍໆແຂງຂຶ້ນເປັນກ້າວໆ (ບໍ່ແມ່ນເຮັດບໍ່ໄດ້, ຕ້ອງເຮັດໄດ້ ຖ້າຕັດສິນໃຈເຮັດດ້ວຍນໍ້າໃຈຮັບຜິດຊອບແທ້)


2. ເອົາອັດຕາເງິນເຟີ້ໃຫ້ລົງເປັນກ້າວໆ ດ້ວຍທຸກວິຖີທາງ (ກ້າວໄປເຖິງໃຫ້ຢູ່ໃນລະດັບທີ່ສະພາຮັບຮອງ)


3. ຄຸ້ມຄອງລາຄາສິນຄ້າ ໃຫ້ຮັດກຸມ, ສົມເຫດສົມຜົນ; ພວກເຮົາປະຕິບັດການຄ້າເສລີເປີດກວ້າງ, ແຕ່ມີການຄຸ້ມຄອງ-ດັດສົມ ຂອງລັດ, ນີ້ຄືເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ.


4. ແກ້ໄຂຄ່າຄອງຊີບຂອງພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຄູ, ແພດໝໍ ໃຫ້ຢູ່ໃນລະດັບສາມາດປະຄັບປະຄອງໄປໄດ້... ສ້າງທຸກເງື່ອນໄຂ ທຸກຢ່າງເທົ່າທີ່ຈະເຮັດໄດ້ ເພື່ອແກ້ໄຂບັນຫານີ້, ໃຫ້ຖືວຽກນີ້ ເປັນບຸລິມະສິດລະດັບຕົ້ນໆ.


5. ເພີ່ມຄັງສຳຮອງເງິນຕາຕ່າງປະເທດຂຶ້ນຕື່ມ ໃຫ້ໄດ້ລະດັບຄາດໝາຍ ຫຼື ລື່ນນັ້ນ ດ້ວຍມາດຕະການນໍາເຂົ້າ-ສົ່ງອອກສິນຄ້າ ຜ່ານລະບົບທະນາຄານ.


6. ຕັ້ງໜ້າຫຼຸດຜ່ອນການໃຊ້ເງິນຕາ ໃຫ້ຫຼຸດລົງ ດ້ວຍວິທີຈຳກັດການນໍາເຂົ້າສິນຄ້າທີ່ບໍ່ຈຳເປັນ ໃຫ້ເປັນຮູບປະທຳ, ໃຫ້ຮີບຮ້ອນສ້າງຕັ້ງທະນາຄານຄຳ ຂຶ້ນໂດຍໄວ ແລະ ເອົາຄຳເປັນຄັງສະສົມແຫ່ງລັດໃຫ້ໄດ້, ຖືເປັນບາດກ້າວສຳຄັນຂອງການຄໍ້າປະກັນສະຖຽນລະພາບ ຂອງເສດຖະກິດແຫ່ງຊາດ; ແຕ່ຕ້ອງຄຸ້ມຄອງໃຫ້ຮັດກຸມ, ຫຼຸດຜ່ອນການໃຊ້ເງິນຕາລົງ ແມ່ນໝາກຫົວໃຈ ຂອງການປະຢັດ, ແມ່ນການສະກັດກັ້ນການເພີ່ມຂຶ້ນ ຂອງການແລກປ່ຽນນອກລະບົບ.


7. ຕັດສິນໃຈສູງ ໃນການປະຕິບັດມາດຕະການປະຢັດມັດທະຍັດ, ວາງມາດຕະການປະຢັດນີ້ ກໍເວົ້າລວມໆບໍ່ໄດ້, ຕ້ອງມີຈຸດສຸມ, ມີຄວາມລະອຽດ ຮອບດ້ານ ເປັນຕົ້ນ ແມ່ນປະຢັດຕົ້ນທຶນ, ປະຢັດພະລັງງານ, ປະຢັດການໃຊ້ຈ່າຍບໍລິຫານ... ປະຕິບັດນະໂຍບາຍການປະຢັດນີ້ ຕ້ອງສ້າງເປັນແຜນ, ສ້າງຂະບວນການປະຕິບັດໃຫ້ໄປພ້ອມໆກັນໃນທົ່ວສັງຄົມ.


8. ແກ້ໄຂດ່ວນ, ແກ້ຂາດຕົວ ບັນດາກົນໄກ ອືດອາດ, ຊັກຊ້າ, ບໍ່ໂປ່ງໃສ ແລະ ມີເງື່ອນງໍາ ຂອງການສໍ້ລາດບັງຫຼວງ, ກິນສິນບົນ, ໃຫ້ສິນບົນ ແລະ ກວດກາຄົນສວຍໃຊ້ໂອກາດ ໃນເວລາທີ່ມີສະພາບຫຍຸ້ງຍາກ ເຊັ່ນ: ການລັກລອບຂາຍໂຄງການ, ລັກລອບເອົາຊັບພະຍາກອນ ເອົາຂອງສ່ວນລວມ ໄປເປັນຂອງສ່ວນຕົວ... ຢ່າງເດັດດ່ຽວ, ເດັດຂາດ.


9. ສືບຕໍ່ເກັບກູ້ໜີ້ສິນ, ທວງໜີ້ສິນ ມາໃຫ້ລັດ, ຮີບຮ້ອນປະມູນຂາຍຊັບສິນທີ່ຢືດໄດ້ຈາກຜູ້ກະທຳຜິດກົດໝາຍ, ຮີບຮ້ອນເກັບກູ້ ວັດຖຸ-ເງິນຄຳ-ຊັບສົມບັດ ຈາກຜູ້ທີ່ລັກໂລບເອົາໄປ ໃນກໍລະນີ ຕ່າງໆ ທີ່ສານຕັດສິນແລ້ວ.

ອ້າງອີງ: ໜັງສືພິມລາວພັດທະນາ

.

ຕ້ອງມາເບິ່ງວ່າລັດຖະບານຈະຮັບມືກັບຂໍ້ສະເໜີຂອງປະທານປະເທດແນວໃດ ບັນຫາເງິນກີບອ່ອນຄ່າໃນປະເທດລາວຈະດີຂຶ້ນ ຫຼື ຮ້າຍແຮງກວ່າເກົ່າ.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ

bottom of page