top of page
  • Writer's pictureManushya Foundation

ປະເທດທີ່ມີເຂື່ອນຜະລິດໄຟຟ້າເກືອບ 100 ແຕ່ປະຊາຊົນຕ້ອງຄ່າໄຟແພງກວ່າໝູ່


ປະເທດທີ່ມີເຂື່ອນຜະລິດໄຟຟ້າເກືອບ 100 ແຕ່ປະຊາຊົນຕ້ອງຄ່າໄຟແພງກວ່າໝູ່ 


ດັ່ງທີ່ຮູ້ກັນວ່າ ລັດຖະບານລາວພະຍາຍາມຈະຂັບເຂື່ອນປະເທດໃຫ້ເປັນ “ໝໍ້ໄຟແຫ່ງອາຊຽນ” ຫຼື ແບັດເຕີຣີແຫ່ງອາຊຽນ ດ້ວຍການມີເຂື່ອນພະລັງງານນ້ຳຜະລິດໄຟຟ້າ ເກືອບ 100 ແຫ່ງ.

.

ໃນຂະນະທີ່ລັດຖະບານມຸ່ງເປົ້າໄປທີ່ການສົ່ງອອກໄຟຟ້າໄປຂາຍໃຫ້ຕ່າງປະເທດ ປະຊາຊົນລາວທີ່ຢູ່ໃນປະເທດເອງ ພັດຕ້ອງໄດ້ຈ່າຍຄ່າໄຟຟ້າທີ່ມີລາຄາແພງ ແລະ ບໍ່ທົ່ວເຖິງ ຊ້ຳບໍ່ໜຳລະບົບໄຟຟ້າຍັງບໍ່ມີປະສິດທິພາບພຽງພໍ ຍົກຕົວຢ່າງເຊັ່ນ: ຍາມຮ້ອນ ຄົນໃຊ້ໄຟຟ້າຫຼາຍ ເຮັດໃຫ້ໄຟຟ້າບໍ່ພໍໃຊ້ ແລະ ໄຟດັບຫຼາຍຄັ້ງໃນໜຶ່ງມື້, ຍາມຝົນທີ່ມີຟ້າລົມຝົນຕົກ ເຮັດໃຫ້ໄຟດັບເລື້ອຍໆ ຈົນເຫດການແບບນີ້ກາຍເປັນເລື່ອງທີ່ປະຊາຊົນຕ້ອງອົດທົນມາຕະຫຼອດ.

.

ນອກຈາກນັ້ນ ປະຊາຊົນທີ່ໄດ້ຖືກໂຍກຍ້າຍອອກຈາກພື້ນທີ່ຂອງໂຄງການເຂື່ອນຕ່າງໆ ກໍບໍ່ໄດ້ໃຊ້ໄຟຟ້າໂດຍບໍ່ເສຍຄ່າ, ປະຊາຊົນຫຼາຍຄອບຄົວບໍ່ມີທີ່ດິນທຳມາຫາກິນ ເຮັດໃຫ້ພວກເຂົາຫຍຸ້ງຍາກຂຶ້ນຕື່ມ ແລະ ຕ້ອງຍັງມາເສຍຄ່າໄຟຟ້າທີ່ແພງອີກດ້ວຍ.

ປະຊາຊົນທີ່ອາໄສຢູ່ເຂດກັນດານ ໄຟຟ້າກໍຍັງບໍ່ສາມາດເຂົ້າເຖິງໄດ້ເທື່ອ.

.

ປະຊາຊົນລາວໃນທົ່ວປະເທດ ໄດ້ໃຊ້ໄຟຟ້າ 95% ຂອງຈໍານວນຄອບຄົວທັງໝົດ ຫຼືປະມານ 1,276,921 ຄອບຄົວ ແລະໄດ້ເສຍຄ່າໄຟຟ້າແພງ, ຍັງບໍ່ມີໄຟຟ້າໃຊ້ 5% ຫຼືເກືອບ 50,000 ຄອບຄົວ ໃນຂະນະທີ່ລັດຖະບານລາວ ມີແຜນທີ່ຈະເຮັດໃຫ້ປະເທດ ກາຍເປັນແບັດເຕິຣີແຫ່ງອາຊຽນ.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ

#ມະນຸດສະຍະ #ຖ້າການເມືອງລາວດີ #Laos #whatshappeninginlaos #ໄຟຟ້າລາວ #ລັດຖະບານລາວ





Comments


bottom of page