top of page
  • Writer's pictureManushya Foundation

ປະເທດລາວ ແລະ ພາວະສະໝອງໄຫຼ ຄົນມີຄວາມຮູ້ຫຼັ່ງໄຫຼອອກໄປໃຊ້ແຮງງານຕ່າງປະເທດ


ນອກຈາກພາວະແຮງງານໄຫຼອອກນອກປະເທດແລ້ວ ລາວຈະຕ້ອງພົບກັບພາວະສະໝອງໄຫຼ ທີ່ຄົນມີຄວາມຮູ້ຫຼັ່ງໄຫຼກັນອອກໄປເຮັດວຽກຢູ່ຕ່າງປະເທດ.

ພາວະສະໝອງໄຫຼ ແມ່ນການອົບພະຍົບຂອງບຸກຄົນທີ່ມີທັກສະ ແລະ ການສຶກສາສູງໄປປະເທດອື່ນ ເພື່ອສະແຫວງຫາໂອກາດທີ່ດີກວ່າໃນຕ່າງປະເທດ. ເປັນບັນຫາທີ່ໄດ້ຮັບອິດທິພົນຈາກປັດໄຈຕ່າງໆ ລວມເຖິງສະພາວະເສດຖະກິດ, ສະຖຽນລະພາບທາງການເມືອງ, ການໃຊ້ຊີວິດ…ເປັນຕົ້ນ


ສຳຫຼັບປະເທດລາວມີຫຼາຍປັດໄຈທີ່ສຳຄັນ ທີ່ເປັນສາເຫດຂອງການເກີດພາວະສະໝອງໄຫຼດັ່ງນີ້:

  • ດ້ານການເມືອງ: ຄວາມກັງວົນດ້ານເສລີພາບ ແລະ ສະຖຽນລະພາບທາງການເມືອງຂອງລາວເປັນເລື່ອງໜ້າກັງວົນ ບາງຄົນຖືກຄຸກຄາມຈາກລັດຖະບານ ເຮັດໃຫ້ຄົນອົບພະຍົບໄປຫາປະເທດທີ່ມີສະພາບແວດລ້ອມທາງການເມືອງທີ່ໝັ້ນຄົງກວ່ານີ້ ແລະ ມີເສລີພາບສ່ວນບຸກຄົນດີກວ່ານີ້.

  • ການພັດທະນາເສດຖະກິດ: ການເຕີບໂຕທາງດ້ານເສດຖະກິດທີ່ຊ້າ, ພາວະເງິນເຟີ້ທີ່ສູງກວ່າ 30% ເຮັດໃຫ້ຄ່າເງິນກີບອ່ອນຕົວລົງ ຄ່າຄອງຊີບແພງຂຶ້ນ ເຮັດໃຫ້ໄວໜຸ່ມມີໂອກາດໃນດ້ານເສດຖະກິດໜ້ອຍລົງ

  • ຄຸນະພາບການສຶກສາ: ຄົນລາວຈຳນວນຫຼາຍໄປສຶກສາຕໍ່ໃນຕ່າງປະເທດ ແລະ ມັກຈະຢູ່ປະເທດທີ່ໄປສຶກສາຕໍ່ຫຼັງຮຽນຈົບ ເນື່ອງຈາກມີໂອກາດທາງອາຊີບທີ່ດີກວ່າ

  • ຄຸນະພາບຊີວິດ: ການດູແລສຸຂະພາບທີ່ດີກວ່າ, ໂຄງສ້າງພື້ນຖານ ແລະ ມາດຕະຖານຄ່າຄອງຊີບທີ່ດີກວ່າ ດຶງດູດໄວໜຸ່ມປັນຍາຊົນຢາກອອກໄປໃຊ້ຊີວິດຢູ່ນອກປະເທດຫຼາຍຂຶ້ນ.


ເວັບໄຊ The Global Economic ໄດ້ເຜີຍຕົວເລກດັດຊະນີພາວະສະໝອງໄຫຼ ເຊິ່ງປະເທດລາວຕັ້ງແຕ່ປີ 2007-2023​ ມີຄ່າສະເລ່ຍຢູ່ທີ່ 7.01 (0 ແມ່ນຕ່ຳສຸດ, 10 ແມ່ນສູງສຸດ) ແລະໃນຊ່ວງປີ 2016 ເປັນຕົ້ນມາແມ່ນມີຄ່າດັດຊະນີສູງທີ່ສຸດ ເຖິງ 7.7​ ດັດຊະນີ. 

ໃນຂະນະດຽວກັນຄ່າສະເລ່ຍຂອງໂລກໃນປີ 2023 ຈາກ 177 ປະເທດຢູ່ທີ່ 5.1 ຖ້າທຽບກັນແລ້ວ ປະເທດລາວຖືວ່າສູງກວ່າຄ່າສະເລ່ຍ.


ສະພາບແວດລ້ອມທາງເສດຖະກິດ ສັງຄົມ ແລະ ການເມືອງໃນລາວ ເຮັດໃຫ້ການເກີດພາວະສະໝອງໄຫຼເປັນຄວາມທ້າທາຍທີ່ສຳຄັນ ຖ້າຫາກວ່າບໍ່ແກ້ໄຂສາເຫດຫຼັກ ແລະ ດຳເນີນການຕາມກົນລະຍຸດທີ່ມີປະສິດທິພາບ ປະເທດອາດຈະສ່ຽງທີ່ຈະສູນເສຍປະຊາກອນທີ່ມີຄວາມສາມາດ ແລະ ການສຶກສາສູງ ໂດຍສະເພາະໄວໜຸ່ມທີ່ເປັນກຳລັງຫຼັກໃນການພັດທະນາປະເທດຊາດໄປເລື້ອຍໆ ບໍ່ວ່າຈະເປັນທາງດ້ານມັນສະໝອງ ແລະ ແຮງງານ.


#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ

bottom of page