top of page
  • Writer's pictureManushya Foundation

ປະເທດລາວອາດຈະຕ້ອງມອບເຂື່ອນໄຟຟ້າໃຫ້ຈີນ ເພື່ອໃຊ້ໜີ້


ດັ່ງທີ່ທຸກຄົນຮຸ້ ປະເທດລາວຈຳເປັນຕ້ອງໃຊ້ໜີ້ 13.8 ພັນລ້ານໂດລາສະຫະລັດ ແລະ ຫຼາຍກວ່າ 70% ແມ່ນໜີ້ຈີນ, ເຊິ່ງລັດຖະບານລາວໄດ້ມີການເຈລະຈາຂໍເລື່ອນການຊຳລະໜີ້ມາແລ້ວ 2 ຄັ້ງ ເພາະວ່າບໍ່ມີເງິນພຽງພໍ.

.

ທ່າມກາງຄວາມກັງວົນລະດັບນານາຊາດ ວ່າປະເທດລາວກຳລັງຕິດກັບດັກໜີ້ຈີນ ທີ່ມີກົນລະຍຸດໃນການປ່ອຍເງິນກູ້ໃຫ້ປະເທດນ້ອຍໆທີ່ບໍ່ມີຄວາມສາມາດໃນການໃຊ້ຄືນ ແລະ ຍຶດເອົາຊັບພະຍາກອນຂອງປະເທດນັ້ນໄປເທື່ອລະໜ້ອຍເພື່ອເປັນການໃຊ້ໜີ້.

.

ເຂື່ອນທັງໝົດຫຼາຍກວ່າ 70 ແຫ່ງໃນລາວ ເປັນເງິນທຶນຂອງຈີນ, ໂຄງການເສັ້ນທາງລົດໄຟລາວ-ຈີນ ຜູ້ຖືຫຸ້ນ70% ເປັນບໍລິສັດຈີນ ແລະ ອີກ 30% ເປັນຫຸ້ນຂອງລັດຖະບານລາວຮ່ວມກັບຈີນ.

ໃນປີ 2021 ບໍລິສັດໄຟຟ້າລາວບໍ່ມີເງິນທຶນໃນການສ້າງສາຍສົ່ງໄຟຟ້າ ຈຶ່ງໄດ້ໃຫ້ບໍລິສັດ China southern Power Grid ສຳປະທານສິດໃນການຄວບຄຸມສາຍໄຟຟ້າໃນການສົ່ງອອກໄຟຟ້າໄປຈີນ 25 ປີ.

.

ໂຄງສ້າງພື້ນຖານການຜະລິດພະລັງງານ ແລະ ສາຍສົ່ງໄຟຟ້າຂອງປະເທດລາວ ກຳລັງຢູ່ໃນມືຂອງຈີນເປັນເວລາຢ່າງໜ້ອຍ 2 ທົດສະວັດ, ຖ້າລັດຖະບານບໍ່ສາມາດຫາເງິນມາໃຊ້ໜີ້ຈີນໄດ້ ກໍມີຄວາມເປັນໄປໄດ້ສູງວ່າລັດຖະບານຈະຍົກເຂື່ອນໄຟຟ້າໃຫ້ຈີນເພື່ອໃຊ້ໜີ້.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ

#WhatsHappeningInLaos #ມະນຸດສະຍະ #ຖ້າການເມືອງລາວດີ





bottom of page