top of page
  • Writer's pictureManushya Foundation

ລັດຖະບານລາວລົ້ມເຫຼວ ໃນການແກ້ໄຂບັນຫາຄ່າຄອງຊີບ ແລະ ເງິນຕາ



ລັດຖະບານລາວລົ້ມເຫຼວ ໃນການແກ້ໄຂບັນຫາຄ່າຄອງຊີບ ແລະ ເງິນຕາ

ເງິນກີບທີ່ອ່ອນຄ່າ, ເງິນຕາທີ່ຜັນຜວນ, ເງິນເຟີ້ທີ່ຍັງສູງຂຶ້ນ ເຮັດໃຫ້ໃນໄລຍະບໍ່ເທົ່າໃດປີທີ່ຜ່ານມານີ້ ຄ່າຄອງຊີບສູງຂຶ້ນ ບໍ່ສອດຄ່ອງກັບເງິນເດືອນຂັ້ນຕ່ຳຂອງປະຊາຊົນ, ເຖິງຈະເປັນແບບນັ້ນມາຕັ້ງແຕ່ປີ 2020 ແລ້ວ ທາງການລາວກໍຍັງບໍ່ມີທ່າທີວ່າຈະແກ້ໄຂໃຫ້ສະພາບເສດຖະກິດໃນປະເທດດີຂຶ້ນໄດ້ໃນໄວໆນີ້.

.

ສາເຫດທີ່ສຳຄັນ ແມ່ນການຂາດດຸນສິນຄ້າ ການສົ່ງອອກ ໜ້ອຍກວ່າການນຳເຂົ້າສິນຄ້າຈາກຕ່າງປະເທດ ທີ່ໃຊ້ເງິນຕາໃນການໄປຊື້ມາ ເຊິ່ງຫຼ້າສູດຂາດດຸນສິນຄ້າໃນເດືອນມິຖຸນາເດືອນດຽວ 133 ລ້ານໂດລາ, ກະທົບໂດຍກົງໃສ່ຄັງສຳຮອງເງິນຕາຕ່າງປະເທດທີ່ມີໜ້ອຍຢູ່ແລ້ວຂອງ ສປປ ລາວ ໃຫ້ໜ້ອຍຕື່ມອີກ ແລະ ສິ່ງນີ້ກະທົບກັບການຊຳລະໜີ້ສິນຕ່າງປະເທດອີກດ້ວຍ. ເຊິ່ງນັກວິເຄາະເຕືອນວ່າ ລາວຍັງຕ້ອງໃຊ້ເວລາອີກຫຼາຍປີ ເພື່ອກອບກູ້ຄວາມເຊື່ອໝັ້ນຕໍ່ຄ່າເງິນກີບ.

.

ເພື່ອແກ້ໄຂບັນຫາທີ່ວ່ານີ້ ທາງການລາວ ໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຄົ້ນຄວ້າ ບັນຫາລາຄາສິນຄ້າ ແລະອັດຕາເງິນເຟີ້ ທີ່ເພີ້ມສູງຂຶ້ນ. ຄະນະດັ່ງກ່າວປະກອບດ້ວຍ ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມ ແຫ່ງຊາດ, ກະຊວງແຜນການແລະການລົງທຶນ, ກະຊວງອຸດສາຫະກໍາ ແລະການຄ້າ, ກະຊວງກະສິກໍາ ແລະປ່າໄມ້, ທະນາຄານແຫ່ງ ສປປລາວ, ກະຊວງການເງິນ ແລະພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ຕ້ອງມາຈັບຕາເບິ່ງວ່າຄະນະສະເພາະກິດເຫຼົ່ານີ້ ຈະມາແກ້ບັນຫາສ່ວນໃດໃຫ້ເຫັນ.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ

Kommentit


bottom of page