top of page
  • Writer's pictureManushya Foundation

ລັດບໍ່ຍອມປັບປຸງລັດຖະທຳມະນູນ ມາດຕາ 3 ຍ້ອນຢາກ ຜູກຂາດອຳນາດ ຂອງຕົນເອງໄວ້


ລັດມີການປະຊຸມປັບປຸງລັດຖະທຳມະນູນເປັນຄັ້ງທີ 3 ໃນກາງເດືອນທີ່ຜ່ານມາ ຫຼັງຈາກຈາກມີການປັບປຸງມາແລ້ວ 2 ຄັ້ງ ໃນປີ 2015 ແລະ 2003 ເຊິ່ງບໍ່ໄດ້ແຕະຕ້ອງມາດຕາ 3 ທີ່ເວົ້າເຖິງການຜູກຂາດອຳນາດຂອງພັກປະຊາຊົນປະຕິວັດລາວ ແລະ ໃນການປັບປຸງລັດຖະທຳມະນູນໃນຄັ້ງນີ້ ກໍອາດຈະບໍ່ແຕະຕ້ອງມາດຕາ 3 ເຊັ່ນກັນ ຍ້ອນມັນເປັນປັດໄຈຫຼັກທີ່ເຮັດໃຫ້ພວກເຂົາສາມາດຄວບຄຸມສັງຄົມລາວໄດ້.

ຜູ້ນໍາພັກປະຊາຊົນປະຕິວັດລາວອ້າງວ່າ: ລັດຖະທໍາມະນູນຂອງ ສປປ ລາວ ແມ່ນໝາກຜົນລວມຍອດ ຂອງສະຕິປັນຍາ ແລະການປະກອບຄວາມຄິດເຫັນ ຢ່າງກວ້າງຂວາງຂອງປະຊາຊົນ ໃນທົ່ວປະເທດ. ແຕ່ຕາມຄວາມເປັນຈິງແລ້ວ ຫຼາຍຄົນເວົ້າວ່າ ລັດຖະທໍາມະນູນທີ່ວ່ານີ້ ເປັນລັດຖະທໍາມະນູນຂອງພັກ, ບໍ່ແມ່ນລັດຖະທໍາມະນູນຂອງຊາດ ແລະຂອງປະຊາຊົນ ຍ້ອນວ່າ ຜູ້ນໍາພັກຢາກເວົ້າແນວໃດ ຢາກຂຽນແນວໃດກໍຂຽນຕາມໃຈມັກ ເພື່ອຜູກຂາດ ອໍານາດ ແລ້ວນໍາເອົາໄປເຜີຍແພ່ ພຽງແຕ່ໃຫ້ປະຊາຊົນຮັບຮູ້.

ມາດຕາ 3 ມີເນື້ອໃນໃຈຄວາມວ່າ: ສິດໃນການເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປະຕິບັດ ແລະ ຮັບປະກັນດ້ວຍການເຄື່ອນໄຫວຂອງລະບົບການເມືອງ ເຊິ່ງມີພັກປະຊາຊົນປະຕິວັດລາວ ເປັນແກນນຳ. ນັ້ນໝາຍຄວາມວ່າປະຊາຊົນບໍ່ມີສິດໃນການເປັນເຈົ້າຂອງປະເທດຊາດແບບອິດສະຫລະ ຕ້ອງຢູ່ພາຍໃຕ້ລັດຖະບານ, ລັດຖະບານເປັນຜູ້ຄວບຄຸມ.

ຫຼາຍໆມາດຕາ ທີ່ຖືກຂຽນຂຶ້ນມາເພື່ອເອື້ອແກ່ພັກ ແລະ ເປັນການຮັກສາອຳນາດຂອງພວກເຂົາເອງໄວ້ ບໍ່ວ່າຈະເປັນລັດຖະທຳມະນູນມາດຕາທີ 3, ແລະ ປະມວນກົດໝາຍອາຍາ ມາດຕາ 117 ເປັນຕົ້ນ. ພວກເຂົາຍຶດເອົາສິດທິຂອງຄົນລາວທີ່ພວກເຂົາມີຢູ່ ແທນທີ່ຈະເຄົາລົບສິດຂອງປະຊາຊົນ.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ


Comentários


bottom of page