top of page
  • Writer's pictureManushya Foundation

ສະຫະພາບຢູໂຣບ ແລະ ຄະນະຜູ້ແທນລາວ ປຶກສາຫາລືກ່ຽວກັບສິດເສລີພາບໃນການສະແດງຄຳຄິດເຫັນ


ສະຫະພາບຢູໂຣບ ແລະ ຄະນະຜູ້ແທນລາວ ປຶກສາຫາລືກ່ຽວກັບສິດເສລີພາບໃນການສະແດງຄຳຄິດເຫັນ

ໃນການປະຊຸມດ້ານສິດທິມະນຸດ ແລະ ສິດທິທາງດ້ານພົນລະເມືອງ ຄັ້ງທີ 13 ໃນວັນທີ 2 ກໍລະກົດ ທີ່ຜ່ານມາ ຢູ່ນະຄອນ ບຣັສເຊລສ໌ ປະເທດເບລຢຽມ ກັບລັດຖະບານລາວ, ສະຫະພາບຢູໂຣບ ສະໜັບສະໜູນໃຫ້ ສປປ ລາວ ລົງສັດຕະຍາບັນສົນທິສັນຍາ ວ່າດວ້ຍສິດທິມະນຸດ, ແຮງງານ ແລະ ສິ່ງແວດລ້ອມ ທີ່ ສປປ ລາວ ຍັງບໍ່ທັນໄດ້ເປັນພາຄີ ເພື່ອສາມາດສືບຕໍ່ໄດ້ຮັບສິດທິພິເສດ ດ້ານການຄ້າຂອງສະຫະພາບຢູໂຣບ ໃນຕໍ່ໜ້າ.


ຄະນະຜູ້ແທນລາວ ແລະ ສະຫະພາບຢູໂຣບ ຍັງໄດ້ຫາລືກ່ຽວກັບສິດເສລີພາບ ໃນການສະແດງຄໍາເຫັນ ໂດຍຝ່າຍລາວ ໄດ້ເນັ້ນເຖິງ ການປະຕິບັດສິດທິມະນຸດ ແລະ ພັນທະ ແມ່ນຈະຕ້ອງເຮັດຂຶ້ນພ້ອມໆກັນ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ສົນທິສັນຍາທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ແຕະຕ້ອງຕໍ່ຄວາມໝັ້ນຄົງ ຂອງປະເທດ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ.

ເຖິງວ່າ ຄະນະຜູ້ແທນລາວ ແລະ ສະຫະພາບຢູ່ໂຣບ ປະຊຸມກັນເລື່ອງສິດທິມະນຸດ ເປັນຄັ້ງທີ 13 ແລ້ວ ກໍຕາມ, ແຕ່ ສິດທະມະນຸດ ຫຼື ສິດທິຂັ້ນພື້ນຖານ ຂອງປະຊາຊົນລາວ ຍັງຖືກຈໍາກັດ ປະຊາຊົນທີ່ໃຊ້ສິດເສລີພາບໃນການປາກເວົ້າ ຜ່ານສື່ສັງຄົມອອນລາຍຖືກຈັບກຸມ.

ການລົງນາມສົນທິສັນຍາດັ່ງກ່າວມີຄວາມສຳຄັນ ແລະ ຄວາມຈຳເປັນໃນການປົກປ້ອງສິດທິມະນຸດຢູ່ໃນລາວ, ການກຳນົດມາດຕະຖານແຮງງານທົ່ວໂລກ ການຄຸ້ມຄອງສິດ, ອາຍຸຂັ້ນຕ່ຳ ແລະ ການໃຊ້ແຮງງານເດັກ, ລວມທັງ ການຄຸ້ມຄອງສິ່ງແວດລອ້ມ ແລະ ການປະຕິິຮູບແບບຍືນຍົງ, ການປ່ຽນແປງສະພາບອາກາດ, ການປ່ອຍກ໊າສເຮືອນແກ້ວ, ການອະນຸລັກຄວາມຫຼາກຫຼາຍຂອງຊີວະພາບ ແລະ ການເຄື່ອນຍ້າຍຂ້າມພົມແດນຕ່າງໆ…


ຍັງບໍ່ມີຄຳຕອບວ່າລັດຖະບານລາວຈະຕອບຕົງລົງນາມໃນສັດຕະຍາບັນສົນທິສັນຍາ ຫຼືບໍ່ ເຊິ່ງຂະບວນການໃຫ້ສັດຕະບັນມີຕັ້ງແຕ່ ການລົງນາມ, ການອະນຸມັດໃນປະເທດ ແລະ ການໃຫ້ສັດຕະບັນ. ຂໍ້ມູນຈາກ RFA Lao #WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ #ມະນຸດສະຍະ #ຖ້າການເມືອງລາວດີ #Laos #whatshappeninginlaos


コメント


bottom of page