top of page
  • Writer's pictureManushya Foundation

ສານຕັດສິນຈຳຄຸກ 3 ປີ ແລະ ປັບໄໝ 10 ລ້ານ ຄະດີທຳຮ້າຍຮ່າງກາຍ ແລະ ທາລຸນເມຍ ກໍລະນີດັງ ທີ່ແຂວງຊຽງຂວາງ!


ບໍ່ຄວນມີໃຜຕ້ອງທົນກັບຄວາມຮຸນແຮງໃນຄວາມສຳພັນ

ສານຕັດສິນຈຳຄຸກ 3 ປີ ແລະ ປັບໄໝ 10 ລ້ານ ຄະດີທຳຮ້າຍຮ່າງກາຍ ແລະ ທາລຸນເມຍ ກໍລະນີດັງ ທີ່ແຂວງຊຽງຂວາງ!

ສານຕັດສິນໃຫ້ຜູ້ກະທຳຜິດ ເຊິ່ງເປັນເພດຊາຍອາຍຸ 20 ປີ ທີ່ຖືກຈັບກຸມຕັ້ງແຕ່ວັນທີ 14 ມັງກອນ 2024 ໃນຂໍ້ຫາທຳຮ້າຍຮ່າງກາຍ ແລະ ທາລຸນແມ່ຍິງ ເຊິ່ງເປັນເມຍຂອງຕົນເອງ ທີ່ອາຍຸ 16 ປີ ຢ່າງໂຫດຮ້າຍໃນທີ່ສາທາລະນະ ແລະ ການເປັນເລື່ອງໂດ່ງດັງ ທີ່ຖືກວິພາກວິຈານຢ່າງກວ້າງຂວາງໃນສື່ສັງຄົມອອນໄລນ໌.

ສານຂັ້ນຕົ້ນແຂວງຊຽງຊວາງໄດ້ຕັດສິນໂທດຕັດອິດສະຫຼະພາບ 3 ປີ 6 ເດືອນ ແລະ ປັບໃໝເງິນ 10.000.000 ກີບ ພ້ອມໃຫ້ຈຳເລີຍຮັບຜິດຊອບປົວແປງກຽດສັກສີ ຄ່າປິ່ນປົວ ແລະ ຄ່າສິ້ນເປືອງຕ່າງໆໃນແກ່ໂຈດ ລວມທັງໝົດຈຳນວນ 33.331.000 ກີບ

ຈຳເລີຍ ແລະ ເຫຍື່ອ ເປັນຜົວເມຍທີ່ອາໄສຢູ່ນຳກັນຕັ້ງແຕ່ປີ 2022 ນັ້ນແປວ່າຕັ້ງແຕ່ຜູ້ຍິງມີອາຍຸພຽງ 14 ປີ, ໃນໄລຍະທີ່ແຕ່ງງານກັນມາ 2​ ປີ ຜູ້ເປັນເມຍໄດ້ຖືກທຳຮ້າຍຮ່າງກາຍມາໂດຍຕະຫຼອດ.

ໃນມື້ເກີດເຫດ ຈຳເລີຍໄດ້ລົງມືຕົບຕີຜູ້ເປັນເມຍຢ່າງໜັກໃນສະຖານທີ່ສາທາລະນະ ບຸນກິນຈຽງແຂວງຊຽງຂວາງ. ມີຄລິບການທຳຮ້າຍຮ່າງກາຍເຜີຍແຜ່ໄປທົ່ວສື່ສັງຄົມລາວ ເຮັດໃຫ້ຜູ້ທີ່ໄດ້ເຫັນມີຄວາມຄຽດແຄ້ນ ແລະ ສະແດງຄວາມຄິດເຫັນໃນກໍລະນີໃຊ້ຄວາມຮຸນແຮງຕໍ່ແມ່ຍິງຢ່າງດຸເດືອດ. ຫຼັງຈາກນັ້ນ ໄດ້ມີເຈົ້າໜ້າທີ່ທີ່ຢູ່ໃນງານ ມາຄວບຄຸມຕົວຜູ້ກໍ່ເຫດໄປ ແຕ່ກໍຍັງໄດ້ຮັບສຽງວິພາກວິຈານ ວ່າເຈົ້າໜ້າທີ່ຈຳນວນໜຶ່ງບໍ່ໄດ້ສົນໃຈທີ່ຈະເຂົ້າໄປຊ່ວຍເຫຼືອ ຈົນຜູ້ເປັນເມຍຖືກທຳຮ້າຍໜັກຈຶ່ງເຂົ້າໄປຫ້າມ.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ

ເຖິງເວລາ ທີ່ເຮົາຕ້ອງຢຸດງຽບເລື່ອງຄວາມຮຸນແຮງໃນຄວາມສຳພັນ ບໍ່ຄວນມີໃຜຕ້ອງອົດທົນກັບຄວາມຮຸນແຮງທຸກຮູບແບບ, ມາຮ່ວມກັນສະໜັບສະໜຸນຜູ້ທີ່ຕົກເປັນເຫຍື່ອ, ກົດດັນໃຫ້ຜູ້ກະທຳຜິດຕ້ອງຮັບຜິດຊອບ ແລະ ສ້າງຄວາມສຳພັນທີ່ປອດໄພ ແລະ ເຄົາລົບເຊິ່ງກັນແລະກັນ, ຊ່ວຍກັນສົ່ງສຽງ ແລະ ເປັນສ່ວນໜຶ່ງກັບເຮົາໃນການຍຸຕິວົງຈອນຄວາມຮຸນແຮງນີ້.


Comments


bottom of page