top of page
  • Writer's pictureManushya Foundation

ເກີດຫຍັງຂຶ້ນໃນກຳປູເຈຍ ເຮ ວັນນິດ" (Hay Vannith) ນ້ອງຊາຍຂອງນັກເຄື່ອນໄຫວຊາວກຳປູເຈຍ ຖືກຈັບກຸມໂດຍພາລະການ



 #ເກີດຫຍັງຂຶ້ນໃນກຳປູເຈຍ "ເຮ ວັນນິດ" (Hay Vannith) ນ້ອງຊາຍຂອງນັກເຄື່ອນໄຫວຊາວກຳປູເຈຍ ຖືກຈັບກຸມໂດຍພາລະການ ແລະກຳລັງຢູ່ໃນການກັກຂັງ

 ໃນວັນທີ 16 ສິງຫາ ນັກສຶກສາທີ່ໄດ້ຮັບທຶນ Fulbright ແລະຂ້າລາຊະການຂອງກະຊວງສາທາລະນະສຸກຂອງກຳປູເຈຍ ໄດ້ຖືກຈັບກຸມ ເນື່ອງຈາກມີການອ້າງວ່າລາວເປັນນັກເຄື່ອນໄຫວທາງການເມືອງ. ນີ້ເປັນເພາະລາວເປັນນ້ອງຊາຍຂອງ "ເຮ ວັນນາ" ຜູ້ນຳຂອງຂະບວນການກູ້ຊາດກຳປູເຈຍໃນປະເທດຍີ່ປຸ່ນ ແລະເປັນຄະນະນຳຂອງຂະບວນການເພື່ອປະຊາທິປະໄຕຂອງຊາວຂະເມນ. ເຮ ວັນນາ ພ້ອມກັບພໍ່ແມ່ຂອງລາວ ອາໄສຢູ່ໃນຍີ່ປຸ່ນເພາະລາວມີສັນຊາດຍີ່ປຸ່ນ

 ເຖິງແມ້ວ່າ ເຮ ວັນນິດ ບໍ່ໄດ້ມີສ່ວນຮ່ວມໃນການກະທຳຂອງອ້າຍຂອງລາວ ແຕ່ລາວກໍໄດ້ຖືກຄຸກຄາມ ແລະຂົ່ມຂູ່ຢູ່ຕະຫຼອດ ແລະລາວວາງແຜນທີ່ຈະຫນີໄປປະເທດໄທ. ແຕ່ຢ່າງໃດກໍຕາມ, ລາວໄດ້ຖືກຈັບກຸມແລະກັກຂັງຢູ່ທີ່ດ່ານປອຍເປດ (ຝັ່ງກຳປູເຈຍ). ຈົນເຖິງມື້ນີ້, ທາງການກຳປູເຈຍຍັງບໍ່ໄດ້ປະກາດຫຼືຢືນຢັນການຈັບກຸມຕົວລາວ.

 ເຮ ວັນນາ ໄດ້ປະກາດຜ່ານເຟສບຸກຂອງລາວກ່ຽວກັບການຫາຍສາບສູນໄປຂອງ ເຮ ວັນນິດ ແລະບອກວ່າລາວອາດຈະຖືກຈັບກຸມ ແລະກັກຂັງໂດຍພາລະການ. ເຮ ວັນນາ ໄດ້ຮ້ອງຂໍໃຫ້ປ່ອຍຕົວນ້ອງຊາຍຂອງລາວ, ເນື່ອງຈາກວ່າລາວບໍ່ແມ່ນນັກເຄື່ອນໄຫວ ແລະບໍ່ຄວນຖືກຈັບກຸມໃນຂໍ້ຫາດັ່ງກ່າວ

.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ

ການຈັບກຸມທີ່ບໍ່ເປັນທຳນີ້ຕ້ອງໄດ້ຮັບການແກ້ໄຂ ແລະ ເຮ ວັນນິດ ຕ້ອງໄດ້ຮັບການປ່ອຍຕົວ!






Comments


bottom of page