top of page
  • Writer's pictureManushya Foundation

ເງິນຊົດເຊີຍໃຫ້ປະຊາຊົນຜູ້ປະສົບໄພເຂື່ອນແຕກໃນອັດຕະປືທີ່ຫາຍໄປ 81 ຕື້ ຍັງບໍ່ມີຄຳຕອບຈາກລັດຖະບານ


ເງິນຊົດເຊີຍໃຫ້ປະຊາຊົນຜູ້ປະສົບໄພເຂື່ອນແຕກໃນອັດຕະປືທີ່ຫາຍໄປ 81 ຕື້ ຍັງບໍ່ມີຄຳຕອບຈາກລັດຖະບານ

.

ເຫດການເຂື່ອນແຕກທີ່ອັດຕະປື ໃນປີ 2018 ປະຊາຊົນທີ່ໄດ້ຮັບຜົນກະທົບຈຳນວນຫຼາຍ ຍັງລຳບາກ ແລະລໍຖ້າຄ່າຊົດເຊີຍບາງລາຍການ.

ເຖິງວ່າຈະຜ່ານໄປ 6 ປີ ແລ້ວ ແຕ່ການຟື້ນຟູຊີວິດວິດການເປັນຢູ່ຂອງປະຊາຊົນກໍຍັງຊັກຊ້າ ໂດຍສະເພາະການພັດທະນາໂຄງລ່າງພື້ນຖານຕ່າງໆ ຖືວ່າຊັກຊ້າຫຼາຍ ແລະ ບໍ່ມີປະສິດທິພາບ, ຫຼາຍໂຄງການພັດທະນາຂຶ້ນມາແລ້ວ ກໍບໍ່ໄດ້ມາດຕະຖານ.

.

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ເຜີຍແຜນການຊົດເຊີຍ ແລະ ແຜນການຟື້ນຟູຄຸນະພາບຊີວິດ ຂອງປະຊາຊົນທີ່ຖືກຜົນກະທົບ ແມ່ນມີລາຍຮັບທັງໝົດ 1,032.7 ຕື້ກີບ ກັບອີກ 32.46 ລ້ານໂດລ້າ.

.

ອົງການກວດກາແຫ່ງລັດ ກວດພົບເຫັນການຈ່າຍເງິນບໍ່ເປັນໄປຕາມແຜນການຊົດເຊີຍ ແລະ ແຜນການຟື້ນຟູຄຸນນະພາບຊີວິດຫຼາຍກວ່າ 81 ຕື້ກີບ ແລະ ປັດຈຸບັນ ກະຍັງບໍ່ມີຄໍາຕອບວ່າ ເງິນນໍານວນດັ່ງກ່າວ ສູນຫາຍ ຫຼື ເບີກຈ່າຍໄປກັບພາກສ່ວນໃດ.

.

ນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ທາງການແຂວງອັດຕະປື ເລັ່ງຈ່າຍເງິນຄ່າຊົດເຊີຍ ລາຍການທີ 6 ອັນໄດ້ແກ່ປະເພດຊັບສິນມີຄ່າ, ການຊົດເຊີຍເນື້ອທີ່ກະສິກໍາເງິນໃຫ້ກັບປະຊາຊົນບ້ານທີ່ໄດ້ຮັບຜົນກະທົບ, ເຊິ່ງຕອນນີ້ ປະຊາຊົນກໍຍັງຄົງລໍຖ້າການຊົດເຊີຍເຫຼົ່ານັ້ນຢູ່.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ


Comentários


bottom of page