top of page
  • Writer's pictureManushya Foundation

ເສລີພາບສື່ມວນຊົນຂອງ ສປປ ລາວ ເປັນອັນດັບ 153 ຈາກ 180 ປະເທດ


ເສລີພາບສື່ມວນຊົນຂອງ ສປປ ລາວ ເປັນອັນດັບ 153 ຈາກ 180 ປະເທດ

ຈັດເປັນປະເທດທີ່ອັນຕະລາຍສຳຫຼັບບຸກຄະລາກອນດ້ານສື່

ໃນປີ 2024 ປະເທດລາວ ເປັນອັນດັບ 153 ຂອງໂລກ ເປັນປະເທດທີ່ເປັນອັນຕະລາຍຕໍ່ບຸກຄະລາກອນດ້ານສື່. ເປັນປະເທດທີ່ລັດຖະບານຄວບຄຸມສື່ທັງໝົດ ແລະ ຂໍ້ມູນມີຄວາມເຊື່ອຖືໜ້ອຍ.

ລັດຖະບານຄວບຄຸມສື່ທັງໝົດ ໜັງສືພິມ 24 ສະບັບ, ເຄືອຂ່າຍໂທລະພາບ 32 ແຫ່ງ ແລະ ສະຖານີວິມະຍາ 44 ແຫ່ງຂອງລາວ ຕ້ອງປະຕິບັດຕາມແນວທາງພັກ-ລັດ.

ພັກປະຊາຊົນປະຕິວັດລາວ (LPRP) ຈັບຕາເບິ່ງສື່ຂ່າວຢ່າງໃກ້ຊິດ ແລະ ເຮັດໃຫ້ການສ້າງສື່ອິດສະຫຼະເປັນໄປບໍ່ໄດ້, ນັກຂ່າວສ່ວນໃຫຍ່ຖືກບັງຄັບໃຫ້ຮັບຂ່າວຈາກ ສຳນັກຂ່າວ Kaosan Pathet Lao ເຊິ່ງເປັນສຳນັກຂ່າວທາງການເທົ່ານັ້ນ ເຮັດໃຫ້ມີການປິດບັງຂໍ້ມູນຂ່າວສານ.

ສຳນັກຂ່າວຕ່າງປະເທດສາມາດຕັ້ງສຳນັກງານທີ່ປະເທດລາວໄດ້ກໍຕໍ່ເມື່ອຍອມຮັບເງື່ອນໄຂ ຕ້ອງສົ່ງຂ່າວໃຫ້ LPRP ກວດສອບເນື້ອຫາ ແລະ ເຊັນເຊີ້ກ່ອນ, ຈຶ່ງເຮັດໃຫ້ມີພຽງສຳນັກຂ່າວ ຊິນຫົວ ຂອງປະເທດຈີນ ແລະ ສຳນັກຂ່າວຫວຽດນາມເທົ່ານັ້ນທີ່ມີສຳນັກງານໃນວຽງຈັນ.

ອ້າງອີງຈາກ: 2024 world press freedom index

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ

ໃນວັນທີ 13 ສິງຫາ 2024 ນີ້ ກົງກັບວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 74 ປີ ພວກເຮົາຫວັງວ່າປະເທດລາວຈະມີອິດສະຫຼະພາບໃນການເຂົ້າເຖິງຂໍ້ມູນຫຼາຍກວ່ານີ້ ເພາະທຸກຄົນມີສິດເສລີພາບໃນການເຂົ້າເຖິງຂໍ້ມູນຂ່າວສານ ລັດຖະບານບໍ່ມີສິດປົ້ນມັນໄປຈາກພວກເຮົາ!


Comments


bottom of page