top of page
  • Writer's pictureManushya Foundation

ແມ່ຍິງ ຍັງບໍ່ມີສິດເທົ່າທຽມ ໃນປະເທດລາວ


ແມ່ຍິງ ຍັງບໍ່ມີສິດເທົ່າທຽມ ໃນປະເທດລາວ

ພາບລວມພາຍໃນປະເທດ ແມ່ຍິງລາວເປັນເຈົ້າຂອງທຸລະກິດຫຼາຍຂຶ້ນ ແຕ່ວ່າ ແມ່ຍິງລາວຕ້ອງປະເຊີນກັບຂີດຈໍາກັດຂອງສັງຄົມ ບໍ່ວ່າຈະເປັນດ້ານເພດທີ່ເປັນເພດຍິງ ແລະດ້ານຄວາມເຊື່ອຖືຂອງສັງຄົມ ທີ່ເຊື່ອວ່າ ຜູ້ຍິງອາດມີຄວາມສາມາດ ຕັດສິນບັນຫາໜ້ອຍກວ່າຜູ້ຊາຍ.

ແມ່ຍິງລາວຍັງມີຄວາມເທົ່າທຽມທາງເພດຕໍ່າ ໃນການເຮັດທຸລະກິດລວມໄປເຖິງ ແມ່ຍິງລາວໃນເຂດຊົນນະບົດ ຍັງບໍ່ມີສິດ ບໍ່ມີສຽງໃນທຸລະກິດ ເຮັດໄຮ່ ເຮັດນາ ແລະເຮັດສວນ ຢູ່ໃນຄອບຄົວຂອງໂຕເອງ, ຈະເປັນທຸລະກິດຂະໜາດນ້ອຍ ຫຼືຂຂະໜາດໃຫຍ່ກໍຕາມ ຜູ້ຍິງ ຈະໃຫ້ສິດແກ່ຜູ້ຊາຍໝົດ. (ອ້າງອີງຈາກກອງປະຊຸມ ເປີດໂຄງການສົ່ງເສີມຄວາມເທົ່າທຽມທາງເພດ ໃນທຸລະກິດ ແລະ ເສດຖະກິດ ໃນລາວ ໃນປີທີ່ຜ່ານມາ)

ໃນເຂດຊົນນະບົດຫ່າງໄກສອກຫຼີກ ຜູ້ເປັນເມຍສ່ວນຫຼາຍ ຍັງຕ້ອງເຊື່ອຟັງຄວາມຜົວ ຕ້ອງລ້ຽງລູກຢູ່ບ້ານ ບໍ່ມີສິດຕັດສິນໃຈໃນການໃຊ້ຊີວິດປະຈໍາວັນ ຍ້ອນເປັນປະເພນີທີ່ປະຕິບັດກັນມາດົນ ແລະຜູ້ຍິງມີຄວາມຮູ້ຕໍ່າ ບໍ່ກ້າອອກສິດ ອອກສຽງ ໂດຍສະເພາະ ໃນກຸ່ມຊົນເຜົ່າ.

ຂີດຈໍາກັດດັ່ງກ່າວ ບໍ່ໄດ້ຢູ່ໃນວົງການທຸລະກິດເທົ່ານັ້ນ ແຕ່ຢູ່ທຸກວົງການຂອງສັງຄົມລາວທົ່ວໄປ ບໍ່ວ່າ ກະຊວງ, ກົມ, ຜະແນກ, ຫ້ອງການຂອງລັດ ກໍມີຂີດຈໍາກັດດັ່ງກ່າວທີ່ເຮັດໃຫ້ເພດຍິງບໍ່ມີຄວາມສະເໝີພາບ.

ກະຊວງປ້ອງກັນຄວາມສະຫງົບແຫ່ງຊາດ ປີ 2022 ມີຕໍາຫຼວດເພດຍິງ ໃນຕໍາແໜ່ງຜູ້ນໍາຕັດສິນບັນຫາ 70 ຄົນ ຫຼຸດລົງ 7 ຄົນ ເມື່ອທຽບກັບປີ 2021 ເຮັດໃຫ້ການຈັດຕັ້ງປະຕິບັດຕາມແຜນຍຸດສາດ ປີ 2016-2025 ບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້ ວ່າ ແຕ່ລະປີເພດຍິງຈະຕ້ອງມີຕໍາແໜ່ງຜູ້ນໍາຕັດສິນບັນຫາເພີ່ມຂຶ້ນ.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ

ສິ່ງນີ້ເປັນຜົນມາຈາກສັງຄົມຊາຍເປັນໃຫຍ່ຕັ້ງແຕ່ອະດີດ ຜູ້ຄົນຍັງບໍ່ເປີດກວ້າງ ແລະ ເຫັນເຖິງຄວາມສຳຄັນຂອງສິດທິແມ່ຍິງ ຄວາມສະເໝີພາບຍິງ-ຊາຍ, ດັ່ງນັ້ນ ພວກເຮົາຈຶ່ງຢາກຂໍເປັນໜຶ່ງກະບອກສຽງຕໍ່ສູ້ເພື່ອຄວາມເທົ່າທຽມຂອງທຸກຄົນໃນສັງຄົມ ບໍ່ສະເພາະແຕ່ແມ່ຍິງ ແຕ່ຍັງລວມເຖິງ LGBTQIA+, ກຸ່ມຄົນພິການ ແລະ ຊົນກຸ່ມນ້ອຍ ຕ່າງໆ ເປັນຕົ້ນ.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ


Comments


bottom of page