top of page
  • Writer's pictureManushya Foundation

ໃນເດືອນສິງຫາ ສາມາດກວາດລ້າງຂະບວນການຄ້າມະນຸດໄດ້ ຫຼາຍກວ່າ 2000​ ຄົນ ຈາກ 16 ສັນຊາດ ທີ່ສາມຫຼ່ຽມຄຳ.


ສາມຫຼ່ຽມຄຳ ແຫຼ່ງຄ້າມະນຸດທີ່ໃຫຍ່ລະດັບພາກພື້ນ

ໃນເດືອນສິງຫາພຽງເດືອນດຽວ ສາມາດກວາດລ້າງຂະບວນການຄ້າມະນຸດໄດ້ ຫຼາຍກວ່າ 2000​ ຄົນ ຈາກ 16 ສັນຊາດ ທີ່ສາມຫຼ່ຽມຄຳ.

ປະເທດລາວຖືກຈັດຢູ່ໃນປະເທດທີ່ຕ້ອງເຝົ້າລະວັງດ້ານການຄ້າມະນຸດ ລະດັບ 2 ຫຼື Tier 2 Watch List ເຊິ່ງແປວ່າ ຕ້ອງໄດ້ຈັບຕາເບິ່ງ ຫຼື ເຝົ້າລະວັງ.

ສາມຫຼ່ຽມຄຳ ຍັງຖືກກ່າວເຖິງໃນຖານະເປັນແຫຼ່ງອາດຊະຍາກຳ ໂດຍສະເພາະເປັນແຫຼ່ງຄ້າມະນຸດຂະໜາດໃຫຍ່.

ໃນຕົ້ນເດືອນສິງຫາ ແລະ ກາງເດືອນສິງຫາທີ່ຜ່ານມາ ໄດ້ມີການບຸກຄົ້ນ ແລະ ກວາດລ້າງແກ໊ງ Call Center ທີ່ສາມຫຼ່ຽມຄຳ ເຮັດໃຫ້ສາມາດຈັບຕົວຜູ້ທີ່ກໍ່ເຫດຫຼອກລວງໃນຂະບວນການໄປໄດ້ຫຼາຍກວ່າ 2000 ຄົນ ໃນນັ້ນ ມີທັງຜູ້ທີ່ເຕັມໃຈເຂົ້າຮ່ວມຂະບວນການ, ຜູ້ທີ່ຖືກຕົວະມາເຮັດວຽກ ແລະ ບັງຄັບໃຫ້ຈຳເປັນຕ້ອງເຂົ້າຮ່ວມຂະບວນການ ເປັນໜຶ່ງໃນຂະບວນການການຄ້າມະນູດ.

ໃນວັນທີ 9 ສິງຫາ 2024 ໄດ້ມີການກວາດລ້າງຄັ້ງທຳອິດຂອງເດືອນ ສາມາດກັກຕົວຜູ້ຕ້ອງຫາໄດ້ 1,389 ຄົນ ໃນນັ້ນມີຄົນຈີນ 1,211 ຄົນ, ຄົນຫວຽດນາມ 145 ຄົນ, ມະເລເຊຍ 16 ຄົນ, ເອທິໂອເປຍ 13 ຄົນ ແລະ ມຽນມາ 3 ຄົນ.

ໃນວັນທີ 12 ສິງຫາ 2024 ສາມາດກວາດລ້າງໄດ້ອີກ 771 ຄົນ ລວມມີ 15 ສັນຊາດໃນຂະບວນການດັ່ງກ່າວ ໂດຍມີຄົນຈີນ 106 ຄົນ ເປັນຫົວໜ້າ. ໃນນັ້ນມີຄົນລາວ 275 ຄົນ,​ ມຽນມາ 231 ຄົນ, ຟິລິບປິນ 73 ຄົນ, ອິນເດຍ 29 ຄົນ, ອິນໂດເນເຊຍ 20 ຄົນ, ໂມຊຳບິກ 6 ຄົນ, ເອທິໂອເປຍ 11 ຄົນ, ອູການດາ 6 ຄົນ, ຫວຽດນາມ 5 ຄົນ, ຕູນີເຊຍ 4 ຄົນ,​ອາວານດາ 2 ຄົນ, ໂຄລຳເບຍ 1 ຄົນ, ຈໍເຈຍ 1 ຄົນ ແລະ ບູຣັນດີ 1 ຄົນ

ເຖິງແມ່ນວ່າປະເທດລາວຈະມີກົດໝາຍການຄ້າມະນຸດ ແຕ່ລັດຖະບານລາວບໍ່ໄດ້ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ.

#WeAreManushyan ∞ Equal Human Beings ∞ ມະນຸດເທົ່າທຽມກັນ


Comments


bottom of page